ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອະດີດ​ນາຍົກລັດຖະມົນຕີ ກຳປູເຈຍ ຖະແຫຼງການ​ອຳ​ລາ​ສະພາ​ແຫ່ງ​ຊາດ


     ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ຫວຽດນາມ ​ລາຍ​ງານ​ໃຫ້​ຮູ້ ​ວັນ​ທີ 1 ເມສາ 2024 ວ່າ: ໄດ້​ເປີດ​ວາລະ​ໄຂ​ກອງ​ປະຊຸມ​ສະໄໝ​ສາມັນ​ ຄັ້ງ
ທີ 2 ຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ VII, ທ່ານ Samdech Hunsen, ປະທານ​ພັກ​ປະຊາຊົນ ກຳປູເຈຍ (CPP), ສະມາຊິກ​ສະພາ​ແຫ່ງ​ຊາດ
ແຂວງ Kandal ໄດ້​ຖະແຫຼງ​ອຳ​ລາ​ສະພາ​ແຫ່ງ​ຊາດ ເພື່ອ​ກະກຽມ​ດຳລົງ​ຕຳແໜ່ງ​ໃໝ່​ທີ່​ສະພາ​ສູງ.

     ຕາມ​ບັນດາ​ນັກ​ຊ່ຽວຊານ​ແລ້ວ, ເລື່ອງ​ອອກ​ຈາກ​ສະພາ​ແຫ່ງ​ຊາດ​ຄັ້ງ​ນີ້​ຂອງ​ທ່ານ​ປະທານ​ພັກ CPP Samdech Hunsen ແມ່ນ
​ເພື່ອ​ແນໃສ່​ກະກຽມ​ໃຫ້ການ​ຮັກສາ​ຕຳແໜ່ງ​ປະທານ​ສະພາ​ສູງ ກຳປູເຈຍ ໃນ​ໄລຍະ​ທີ​ຈະ​ມາ​ເຖິງ. ກ່ອນ​ໜ້າ​ນັ້ນ, ພັກ CPP ກໍ່​ຮັບ​ຮູ້​ວ່າ: ພັກ
​​ຈະ​ສະເໜີ​ທ່ານ Hunsen ເປັນ​ປະທານ​ສະພາ​ສູງ​ເມື່ອ​ພັກ​ນີ້​ຈັດ​ກອງ​ປະຊຸມ​ໃນ​ວັນ​ທີ 3 ເມສາ 2024. ຖ້າ​ຫາກ​ໄດ້​ດຳລົງ​ຕຳແໜ່ງ​ນີ້, ທ່ານ​
ຈະ​ຮັກສາ​ສິດ​ ເປັນ​ປະມຸກ​ລັດ​ເມື່ອ​ເຈົ້າ​ຊີວິດ ກຳປູເຈຍ ຢູ່​ຕ່າງປະເທດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/04/2024